ກຳລັງໂຫລດວິດີໂອ
ຖອດຂໍ້ຄວາມ
Lao (ພາສາລາວ)
ລູກບານເຕະສ່ວນໃຫຍ່ຖືກຜະລິດຈາກໜັງ, ຢາງ ແລະ ການເຢັບຕິດ.
ມັນບໍ່ແມ່ນຫຍັງພິເສດ.
ມີລູກບານເຕະນັບລ້ານຢູ່ທຸກປະເທດໃນໂລກ.
ແຕ່ເມື່ອມັນຢູ່ໃນສະໜາມ, ບໍ່ມີຫຍັງສຳຄັນກວ່ານີ້.
ນັກເຕະທຸກຄົນໃນສະໜາມຕ້ອງການຮູ້ຢ່າງແນ່ນອນວ່າລູກບານຢູ່ໃສ.
ຄົນໃນອັດຕະລາດກໍຕະໂກນດ້ວຍຄວາມຕື່ນເຕັ້ນ.
ຊີວິດຂອງພວກເຂົາຖືກລືມໄປ, ທັງໝົດນີ້ເພາະລູກບານນີ້.
ເມື່ອນັກເຕະໄດ້ລູກບານ, ຄວາມສົນໃຈຂອງພວກເຂົາຖືກມຸ່ງໄປຢ່າງເຕັມທີ່.
ສຳລັບພວກເຂົາ, ໃນເວລານີ້, ບໍ່ມີຫຍັງ ແລະ ບໍ່ມີໃຜສຳຄັນກວ່ານີ້.
ພວກເຂົາບໍ່ແຄວ່າຈະໃຊ້ພະລັງງານເທົ່າໃດ, ຫຼືຈະເຈັບປວດຫຼັງຈາກນັ້ນເທົ່າໃດ.
ພວກເຂົາຍັງຈະໃຊ້ຮ່າງກາຍຂອງຕົນເອງບັງລູກບານເພື່ອປົກປ້ອງມັນ.
ມີຢ່າງດຽວທີ່ຄຸ້ມຄ່າທີ່ຈະເຮັດ...
ຄືການນຳລູກບານໄປຢູ່ທີ່ທີ່ມັນຄວນຢູ່.
ຫຍັງຫນຶ່ງທີ່ອາດຈະເຮັດໃຫ້ເຈົ້າປະຫຼາດໃຈກໍແມ່ນ...
ພຣະເຢຊູມອງເຫັນເຈົ້າແບບນັ້ນ.
ພຣະເຢຊູຮູ້ທຸກຢ່າງກ່ຽວກັບເຈົ້າ.
ແລະພຣະອົງກໍຍັງຮັບເອົາເຈົ້າ, ແລະຢາກປົກປ້ອງ ແລະ ດູແລເຈົ້າ.
ພຣະເຢຊູຍັງໃຫ້ຊີວິດຂອງພຣະອົງເອງເພື່ອຈຸດປະສົງດຽວທີ່ສຳຄັນທີ່ສຸດ...
ເພື່ອໃຫ້ເຈົ້າໄດ້ຢູ່ທີ່ທີ່ເຈົ້າຄວນຢູ່...
ບ້ານ.
ຢູ່ກັບພຣະອົງ.
ທີ່ເຈົ້າຄວນຢູ່.
ຫຼັງຈາກແຂ່ງຂັນຈົບ, ທຸກຄົນອອກຈາກສະເຕເດຍມ.
ແຕ່ພຣະເຢຊູຍັງຄົງລໍຖ້າ.
ເພື່ອເຈົ້າ.
ພຣະເຢຊູຮັກເຈົ້າ.
ມັນແມ່ນການຕັດສິນໃຈຂອງເຈົ້າ.
ໃຫ້ພຣະອົງນຳເຈົ້າກັບບ້ານ.